ຄຳອະທິບາຍ
SUREFORMS – ເຄື່ອງມືສ້າງຟອມທີ່ຊ່ວຍເຫຼືອດ້ວຍ AI ທີ່ດີທີ່ສຸດ
★★★★★
👉 ລອງໃຊ້ຕົວຢ່າງ (Demo) ຂອງ SureForms
ສ້າງຟອມທີ່ສວຍງາມ ແລະ ຮອງຮັບທຸກໜ້າຈໍ ໂດຍໃຊ້ WORDPRESS BLOCK EDITOR (GUTENBERG) ໂດຍບໍ່ຕ້ອງຂຽນໂຄ້ດ ⚡
ພາລະກິດຂອງພວກເຮົາທີ່ SureForms ແມ່ນເພື່ອຊ່ວຍໃຫ້ທ່ານສ້າງ ຟອມທີ່ສວຍງາມໂດຍບໍ່ຕ້ອງຂຽນໂຄ້ດໃດໆ.
ພວກເຮົາກຳລັງໃຊ້ແນວທາງໃໝ່ກັບ Gutenberg ເຊິ່ງເປັນເຄື່ອງມືສ້າງແບບລາກ ແລະ ວາງ ດັ້ງເດີມຂອງ WordPress ເພື່ອເຮັດໃຫ້ການສ້າງຟອມເປັນໄປຢ່າງສະດວກ ແລະ ເຂົ້າໃຈງ່າຍ ໂດຍບໍ່ຕ້ອງຮຽນຮູ້ສ່ວນຕິດຕໍ່ຜູ້ໃຊ້ໃໝ່.
SureForms ແມ່ນປລັກອິນສ້າງຟອມທີ່ໃຊ້ງ່າຍສຳລັບມືໃໝ່ ເຊິ່ງເຮັດໃຫ້ການສ້າງຟອມຕິດຕໍ່ ແລະ ຟອມກຳນົດເອງອື່ນໆ ທີ່ມີອັດຕາການຕອບຮັບສູງ ເປັນເລື່ອງທີ່ໄວ ແລະ ງ່າຍດາຍ ພ້ອມດ້ວຍຄຸນສົມບັດຂັ້ນສູງ ເຊັ່ນ ຟອມຫຼາຍຂັ້ນຕອນ, ຟອມແບບສົນທະນາ, ຟອມຊຳລະເງິນ, conditional logic, ການຄິດໄລ່, ການເຊື່ອມຕໍ່ໃນຕົວ ແລະ ອື່ນໆ.
ການອອກແບບທີ່ດີ ແລະ ປະສົບການຜູ້ໃຊ້ແມ່ນສິ່ງສຳຄັນສຳລັບຟອມ. ແຕ່ເຈົ້າຂອງເວັບໄຊຫຼາຍຄົນຍັງພົບຄວາມຫຍຸ້ງຍາກໃນການເຮັດໃຫ້ຟອມຂອງພວກເຂົາເຂົ້າກັບຮູບແບບຂອງເວັບໄຊ, ເຊິ່ງມັກຈະສົ່ງຜົນໃຫ້ອັດຕາການຕອບກັບຕໍ່າລົງ.
ໃນສ່ວນນີ້, SureForms ໄດ້ແກ້ໄຂບັນຫາຕ່າງໆ ທີ່ເຈົ້າຂອງເວັບໄຊມັກຈະປະສົບ:
- ຂະບວນການສ້າງຟອມທີ່ຊັບຊ້ອນ
- ຂໍ້ຈຳກັດດ້ານການອອກແບບ
- ຂາດການຮອງຮັບມືຖື ແລະ ການເຂົ້າເຖິງທີ່ດີ
- ການມີສ່ວນຮ່ວມໃນຟອມທີ່ຈຳກັດ
- ບັນຫາສະແປມ ແລະ ຄວາມປອດໄພ
SureForms ເຕັມໄປດ້ວຍຄຸນສົມບັດເພື່ອແກ້ໄຂບັນຫາຕ່າງໆ ທີ່ຜູ້ໃຊ້ WordPress ມັກພົບ.
ຄຸນສົມບັດທີ່ຊົງພະລັງຂອງ SUREFORMS 💪
ລຸ່ມນີ້ແມ່ນບາງຄຸນສົມບັດເດັ່ນທີ່ SureForms ມີໃຫ້:
WordPress ດັ້ງເດີມ
SureForms ໃຊ້ Block Editor ດັ້ງເດີມຂອງ WordPress ເພື່ອປະສົບການການສ້າງຟອມແບບລາກ ແລະ ວາງ ທີ່ບໍ່ມີຮອຍຕໍ່. ບໍ່ຈຳເປັນຕ້ອງຮຽນຮູ້ເຄື່ອງມືແກ້ໄຂໃໝ່ ຫຼື ຮູບແບບໃໝ່.
ມັນໄວ, ງ່າຍ ແລະ ເປັນເຄື່ອງມືສ້າງຟອມທີ່ເປັນມິດກັບມືໃໝ່ທີ່ສຸດສຳລັບ WordPress.
ສ້າງຟອມໄດ້ຢ່າງງ່າຍດາຍດ້ວຍ AI
SureForms ແມ່ນເຄື່ອງມືສ້າງຟອມດ້ວຍ AI ຕົວທຳອິດສຳລັບ WordPress, ເຊິ່ງເຮັດໃຫ້ການສ້າງຟອມໄວຂຶ້ນ ແລະ ສະຫຼາດຂຶ້ນ. ຕັ້ງແຕ່ຟອມຕິດຕໍ່ແບບງ່າຍໆ ໄປຈົນເຖິງເຄື່ອງຄິດໄລ່ຂັ້ນສູງ, AI ຈະຈັດການລາຍລະອຽດ, ໃຫ້ຄຳແນະນຳທີ່ສະຫຼາດ ແລະ ຊ່ວຍທ່ານສ້າງຟອມທີ່ໃຊ້ງານໄດ້ດີ ແລະ ເປັນມິດກັບຜູ້ໃຊ້ພຽງແຕ່ບໍ່ກີ່ຄລິກ.
ນີ້ແມ່ນຕົວຢ່າງບາງສ່ວນຂອງຟອມທີ່ທ່ານສາມາດສ້າງດ້ວຍ SureForms AI:
- ຟອມຕິດຕໍ່
- ຟອມຄຳຄິດເຫັນ / ແບບສຳຫຼວດ
- ຟອມຕອບຮັບເຂົ້າຮ່ວມງານ (RSVP)
- ຟອມສະໝັກງານ
- ຟອມຈົດໝາຍຂ່າວ
- ຟອມຊ່ວຍເຫຼືອ
- ຟອມຊຳລະເງິນ
- ເຄື່ອງນັບແຄລໍຣີ
- ເຄື່ອງຄິດໄລ່
- ຟອມແບບສົນທະນາ
ຄວາມຢືດຢຸ່ນແບບບໍ່ຕ້ອງຂຽນໂຄ້ດ
SureForms ເຮັດໃຫ້ຄຸນສົມບັດຂັ້ນສູງ ເຊັ່ນ conditional logic, ຟອມຫຼາຍຂັ້ນຕອນ, query parameters ແລະ ອື່ນໆ ໃຊ້ງານໄດ້ງ່າຍຜ່ານສ່ວນຕິດຕໍ່ຜູ້ໃຊ້ແບບບໍ່ຕ້ອງຂຽນໂຄ້ດ. ສິ່ງນີ້ຊ່ວຍໃຫ້ທຸກຄົນສາມາດສ້າງຟອມທີ່ຊົງພະລັງ ແລະ ມີການໂຕ້ຕອບໄດ້ໂດຍບໍ່ຕ້ອງຂຽນໂຄ້ດຈັກແຖວດຽວ.
ຟອມຊຳລະເງິນ
SureForms ຮອງຮັບຄຸນສົມບັດຟອມຊຳລະເງິນໃນຕົວ. ດ້ວຍ SureForms, ທຸກຄົນສາມາດສ້າງຟອມບໍລິຈາກ, ຟອມລົງທະບຽນກິດຈະກຳ, ຟອມຊຳລະຄ່າສິນຄ້າ ຫຼື ຟອມປະເພດໃດກໍໄດ້ທີ່ຕ້ອງການຮັບການຊຳລະເງິນ ໂດຍບໍ່ຕ້ອງເພິ່ງພາສ່ວນເສີມ ຫຼື ປລັກອິນພາຍນອກ. ສິ່ງນີ້ເຮັດໃຫ້ການຮັບຊຳລະເງິນມີຄວາມສະດວກ, ປອດໄພ ແລະ ງ່າຍດາຍໂດຍກົງຜ່ານຟອມຂອງທ່ານໂດຍໃຊ້ Stripe & PayPal.
ນີ້ແມ່ນຕົວຢ່າງບາງສ່ວນທີ່ຄຸນສົມບັດການຊຳລະເງິນໃນ SureForms ສາມາດຊ່ວຍຟອມຂອງທ່ານໄດ້:
– ຟອມບໍລິຈາກ
– ຟອມຈອງແພັກເກັດຖ່າຍຮູບ
– ຟອມແຜນສະມາຊິກລາຍເດືອນ
– ຟອມຈອງແພັກເກັດອອກແບບເວັບໄຊ
ຟອມດ່ວນ (Instant Forms)
ດ້ວຍຄຸນສົມບັດ Instant Form ຂອງ SureForms, ທ່ານສາມາດເຜີຍແຜ່ຟອມດ້ວຍ URL ທີ່ບໍ່ຊ້ຳໃຜ ແລະ ສາມາດແບ່ງປັນໄດ້ທັນທີ ໂດຍບໍ່ຕ້ອງນຳໄປວາງ (embed) ໃນໜ້າເວັບ. ແບ່ງປັນໄດ້ທຸກບ່ອນ ແລະ ເຮັດໃຫ້ຟອມຂອງທ່ານເຂົ້າເຖິງໄດ້ທັນທີ.
ເນັ້ນການໃຊ້ງານຜ່ານມືຖືເປັນຫຼັກ
SureForms ໃຫ້ຄວາມສຳຄັນກັບຟອມທີ່ຮອງຮັບມືຖື. ຟອມທີ່ສ້າງດ້ວຍ SureForms ຖືກອອກແບບດ້ວຍແນວທາງ mobile-first ເພື່ອຮັບປະກັນວ່າມັນຈະເບິ່ງດີ ແລະ ເຮັດວຽກໄດ້ຢ່າງບໍ່ມີຂໍ້ຜິດພາດໃນອຸປະກອນຕ່າງໆ.
ການຈັດວາງແບບຫຼາຍຖັນ
SureForms ເຮັດໃຫ້ການຈັດວາງຫ້ອງຂໍ້ມູນເປັນຫຼາຍຖັນເປັນເລື່ອງງ່າຍ ເພື່ອໃຫ້ຟອມເບິ່ງສະອາດ ແລະ ມີປະສິດທິພາບ. ສິ່ງນີ້ເຮັດໃຫ້ຟອມຂອງທ່ານເບິ່ງເປັນລະບຽບ, ໜ້າສົນໃຈ ແລະ ຊ່ວຍເພີ່ມອັດຕາການຕື່ມຂໍ້ມູນໃຫ້ສຳເລັດ. ທ່ານສາມາດປັບແຕ່ງຖັນໃຫ້ເຂົ້າກັບການອອກແບບຂອງທ່ານໄດ້.
ຫ້ອງປ້ອນຂໍ້ມູນ
SureForms ມາພ້ອມກັບ 15+ ຫ້ອງຂໍ້ມູນເພື່ອສ້າງຟອມຂອງທ່ານ:
- ຫ້ອງຂໍ້ຄວາມ
- ອີເມວ
- URL
- ກ່ອງຂໍ້ຄວາມຍາວ (Textarea)
- ຫຼາຍຕົວເລືອກ
- ກ່ອງເລືອກ (Checkbox)
- ຂໍ້ຕົກລົງ GDPR
- ຫ້ອງຕົວເລກ
- ເບີໂທລະສັບ
- ລາຍການເລືອກ
- ຫ້ອງທີ່ຢູ່
- ປຸ່ມກຳນົດເອງ
- ເສັ້ນຂັ້ນ
- ຫົວຂໍ້
- ຮູບພາບ
- ໄອຄອນ
ການກວດສອບຂໍ້ມູນພາຍໃນຫ້ອງຂໍ້ມູນ
ການກວດສອບຫ້ອງຂໍ້ມູນແບບທັນທີ (Real-time) ຈະໃຫ້ຄຳແນະນຳແກ່ຜູ້ໃຊ້ທັນທີຫາກພວກເຂົາປ້ອນຂໍ້ມູນບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ. ສິ່ງນີ້ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ ແລະ ປັບປຸງປະສົບການຜູ້ໃຊ້.
ການປະຕິບັດຕາມ GDPR
ຮັບປະກັນວ່າຟອມຂອງທ່ານສອດຄ່ອງກັບມາດຕະຖານ GDPR ແລະ ປົກປ້ອງຂໍ້ມູນຜູ້ໃຊ້ໄດ້ງ່າຍໆ ໂດຍການເປີດໃຊ້ການຕັ້ງຄ່າ GDPR ໃນຕົວ.
ຟອມປ້ອງກັນສະແປມ
ປົກປ້ອງຟອມຂອງທ່ານຈາກສະແປມດ້ວຍມາດຕະການໃນຕົວ ເຊັ່ນ Google reCAPTCHA ແລະ ຫ້ອງ Honeypot. ສິ່ງເຫຼົ່ານີ້ຮັບປະກັນວ່າການສົ່ງຂໍ້ມູນແມ່ນມາຈາກຄົນແທ້, ບລັອກບັອດ (bots) ແລະ ຮັກສາຟອມຂອງທ່ານໃຫ້ປອດໄພໂດຍບໍ່ລົບກວນຜູ້ໃຊ້.
ຂໍ້ຄວາມຢືນຢັນແບບສ່ວນຕົວ
SureForms ມີຕົວເລືອກສຳລັບການຕັ້ງຄ່າຂໍ້ຄວາມຢືນຢັນແບບກຳນົດເອງ ຫຼື ການປ່ຽນເສັ້ນທາງ (redirection) ທີ່ຈະສະແດງໃຫ້ຜູ້ໃຊ້ເຫັນຫຼັງຈາກສົ່ງຟອມສຳເລັດ.
ປັບແຕ່ງຂໍ້ຄວາມເຫຼົ່ານີ້ເພື່ອໃຫ້ການຕອບກັບສ່ວນຕົວ ຫຼື ສົ່ງຜູ້ຕອບໄປຍັງໜ້າໃດໜຶ່ງໂດຍສະເພາະ.
ການແຈ້ງເຕືອນຜ່ານອີເມວ
ຕັ້ງຄ່າການແຈ້ງເຕືອນຜ່ານອີເມວແບບກຳນົດເອງເມື່ອມີການສົ່ງຟອມ. ກຳນົດຜູ້ຮັບ, ແມ່ແບບອີເມວ ແລະ ຂໍ້ຄວາມສ່ວນຕົວ ເພື່ອຕິດຕາມຂໍ້ມູນ ແລະ ເຮັດໃຫ້ການສື່ສານເປັນແບບອັດຕະໂນມັດ.
ລາຍການຂໍ້ມູນຟອມ
ຈັດເກັບລາຍການຂໍ້ມູນທີ່ສົ່ງມາຢ່າງປອດໄພ ເພື່ອເຂົ້າເຖິງ ແລະ ຈັດການຂໍ້ມູນໃນແຜງຄວບຄຸມ WordPress ຂອງທ່ານ. ທ່ານຍັງສາມາດກວດສອບ, ສົ່ງອອກຂໍ້ມູນ ຫຼື ຈັດການລາຍການຕ່າງໆ ໄດ້ຕາມຕ້ອງການ.
ການລາຍງານຂໍ້ມູນດ້ວຍພາບ
ວິເຄາະ ແລະ ຮັບຂໍ້ມູນເຈາະເລິກຈາກການສົ່ງຟອມຜ່ານແຜນພູມ, ກຣາຟ ແລະ ການສະແດງຂໍ້ມູນແບບໂຕ້ຕອບ. ເພື່ອຊ່ວຍໃນການຕັດສິນໃຈໂດຍອີງໃສ່ຂໍ້ມູນ.
ການປັບແຕ່ງທີ່ເປັນມິດກັບນັກພັດທະນາ
SureForms ໃຫ້ API ທີ່ສະອາດ, hooks, ແລະ ໂຄ້ດທີ່ມີໂຄງສ້າງດີແກ່ນັກພັດທະນາ, ເຮັດໃຫ້ງ່າຍໃນການປັບແຕ່ງ, ຕໍ່ເຕີມ ແລະ ເຊື່ອມຕໍ່ຟອມເຂົ້າກັບລະບົບອື່ນໆ, ປລັກອິນ ຫຼື ທີມ.
ຄຸນສົມບັດພິເສດ (Premium) ຂອງ SureForms 🔥
ຟອມແບບສົນທະນາ:
ຟອມໃນຮູບແບບການແຊັດ, ຖາມເທື່ອລະຄຳຖາມ ເພື່ອເພີ່ມອັດຕາການຕອບກັບ.
ຟອມແບບຫຼາຍຂັ້ນຕອນ:
ແບ່ງຟອມເປັນສ່ວນຍ່ອຍໆ ເພື່ອບໍ່ໃຫ້ຜູ້ໃຊ້ຮູ້ສຶກເບື່ອໜ່າຍໃນການຕື່ມຂໍ້ມູນ.
ຟອມແບບມີເງື່ອນໄຂ (Conditional Logic):
ຟອມທີ່ປັບປ່ຽນຕາມຄຳຕອບຂອງຜູ້ໃຊ້.
ການສ້າງ PDF:
ສ້າງໄຟລ໌ PDF ທີ່ສາມາດດາວໂຫຼດໄດ້ທັນທີຈາກຂໍ້ມູນທີ່ສົ່ງຜ່ານຟອມ ເພື່ອເກັບບັນທຶກ ຫຼື ແບ່ງປັນ.
ຟອມລົງທະບຽນ ແລະ ເຂົ້າສູ່ລະບົບແບບກຳນົດເອງ:
ຟອມລົງທະບຽນ ແລະ ເຂົ້າສູ່ລະບົບທີ່ໃຊ້ງານໄດ້ເຕັມຮູບແບບ ແລະ ປັບແຕ່ງຕາມແບຣນຂອງທ່ານ ໂດຍໃຊ້ພຽງແຕ່ block ດຽວ.
ການເຊື່ອມຕໍ່ຂັ້ນສູງໃນຕົວ:
ເຊື່ອມຕໍ່ຟອມຂອງທ່ານເຂົ້າກັບແອັບ ແລະ ບໍລິການຊັ້ນນຳຕ່າງໆ ເພື່ອເຮັດໃຫ້ຂະບວນການເຮັດວຽກເປັນແບບອັດຕະໂນມັດ ແລະ ປະຢັດເວລາ ໂດຍບໍ່ຕ້ອງໃຊ້ສ່ວນເສີມຈາກພາຍນອກ.
SureForms ເຊື່ອມຕໍ່ໃນຕົວເຂົ້າກັບ:
– Google Sheets
– Mailchimp
– FluentCRM
– Telegram
– HubSpot
– MailerLite
– Brevo (Sendinblue)
– ActiveCampaign
– Kit
– GetResponse
– Airtable
– MailJet
– Campaign Monitor
– Drip
– Salesflare
– Breeze
– Latepoint
– Hostinger Reach
– AgileCRM
– WPFusion
– MailPoet
– MailerPress
– Keep
– Zoho CRM
ແລະ ມີການເພີ່ມການເຊື່ອມຕໍ່ໃໝ່ໆ ເກືອບທຸກເດືອນ.
ເຄື່ອງຄິດໄລ່:
ໃຫ້ລາຄາປະເມີນ ຫຼື ຜົນໄດ້ຮັບທັນທີດ້ວຍເຄື່ອງຄິດໄລ່ແບບໂຕ້ຕອບໃນເວັບໄຊຂອງທ່ານ. ອອກແບບມາເພື່ອດຶງດູດຜູ້ເຂົ້າຊົມເວັບໄຊໃຫ້ຫຼາຍຂຶ້ນ.
ດ້ວຍ SureForms, ພວກເຮົາຢູ່ນີ້ເພື່ອແກ້ໄຂບັນຫາທີ່ຜູ້ໃຊ້ປະສົບກັບ WordPress Forms. ນັ້ນຄືເຫດຜົນທີ່ 300,000+ ເວັບໄຊ ໄດ້ເລືອກໃຊ້ SureForms ສຳລັບທຸກຄວາມຕ້ອງການກ່ຽວກັບຟອມ.
ວິທີການເຮັດວຽກ ❓
ຕັ້ງແຕ່ການຕິດຕັ້ງໄປຈົນເຖິງການສ້າງຟອມທຳອິດຂອງທ່ານ, SureForms ຖືກອອກແບບມາໃຫ້ງ່າຍ ແລະ ເຂົ້າໃຈງ່າຍ. ນີ້ແມ່ນວິທີການເຮັດວຽກ:
ຂັ້ນຕອນທີ 1: ຕິດຕັ້ງປລັກອິນ WordPress 🔌
ຈາກແຜງຄວບຄຸມ WordPress ຂອງທ່ານ, ໄປທີ່ເມນູ ປລັກອິນ (Plugins) ແລະ ຄລິກປຸ່ມ “ເພີ່ມໃໝ່” (Add New). ຄົ້ນຫາປລັກອິນ SureForms, ຈາກນັ້ນຄລິກ “ຕິດຕັ້ງຕອນນີ້” (Install Now) ແລະ “ເປີດໃຊ້ງານ” (Activate).
ຂັ້ນຕອນທີ 2: ສ້າງຟອມຂອງທ່ານ ⚙️
ເມື່ອຕິດຕັ້ງປລັກອິນແລ້ວ, ທ່ານຈະຖືກສົ່ງໄປຍັງໜ້າແຜງຄວບຄຸມ SureForms ໃນ WordPress ຂອງທ່ານ. ຢູ່ທີ່ນັ້ນທ່ານຈະເຫັນປຸ່ມເພື່ອສ້າງຟອມໃໝ່. ຄລິກທີ່ປຸ່ມນັ້ນເພື່ອສ້າງ ແລະ ປັບແຕ່ງຟອມຂອງທ່ານໂດຍໃຊ້ສ່ວນຕິດຕໍ່ຜູ້ໃຊ້ຂອງ SureForms ໃຫ້ເໝາະສົມກັບຄວາມຕ້ອງການຂອງທ່ານ.
ຂັ້ນຕອນທີ 3: ນຳຟອມໄປວາງ/ເຜີຍແຜ່ຟອມຂອງທ່ານ 📄
ເມື່ອຟອມຂອງທ່ານພ້ອມແລ້ວ, ສາມາດນຳໄປວາງໄວ້ໃນໜ້າໃດກໍໄດ້ ຫຼື ໂພສໃດກໍໄດ້ ໂດຍໃຊ້ shortcode ຫຼື block ທີ່ໃຫ້ມາ. ຫຼື ທ່ານສາມາດໃຊ້ຕົວເລືອກ ‘Instant Form’ ເພື່ອເປີດໃຊ້ງານໄດ້ທັນທີ.
ໃຜແດ່ທີ່ຈະໄດ້ຮັບປະໂຫຍດຈາກ SUREFORMS?
SureForms ຖືກສ້າງຂຶ້ນມາສຳລັບໃຜກໍຕາມທີ່ຕ້ອງການຟອມຕິດຕໍ່, ຟອມກຳນົດເອງ ຫຼື ຟອມຂັ້ນສູງທີ່ໃຊ້ງ່າຍໃນ WordPress.
- ເຈົ້າຂອງເວັບໄຊ: ສຳລັບຟອມທີ່ສອດຄ່ອງກັບ GDPR ໂດຍບໍ່ຕ້ອງຂຽນໂຄ້ດ.
- ນັກອອກແບບ: ສຳລັບຟອມທີ່ເຂົ້າກັບຄວາມສວຍງາມຂອງເວັບໄຊດ້ວຍຕົວເລືອກການປັບແຕ່ງຮູບແບບ.
- ນັກພັດທະນາ: ຄວາມສາມາດໃນການຕໍ່ເຕີມດ້ວຍ API ທີ່ສະອາດ, hooks ແລະ custom CSS.
- ມືອາຊີບແບບບໍ່ໃຊ້ໂຄ້ດ: ໃຊ້ຄຸນສົມບັດຂັ້ນສູງ ເຊັ່ນ Conditional Logic, ຟອມຫຼາຍຂັ້ນຕອນ ແລະ ຟອມແບບສົນທະນາໄດ້ຢ່າງງ່າຍດາຍ.
- ເອເຈນຊີ (Agencies): ເພື່ອປະຢັດເວລາດ້ວຍການເຊື່ອມຕໍ່ທີ່ງ່າຍສຳລັບຂະບວນການເຮັດວຽກທີ່ຮອງຮັບການຂະຫຍາຍຕົວ.
- ຮ້ານຄ້າ E-commerce: ເພື່ອເສີມປະສິດທິພາບການຊຳລະເງິນ, ການລົງທະບຽນ ແລະ ຟອມລູກຄ້າ.
- ນັກການສຶກສາ ແລະ ຊຸມຊົນ: ເພື່ອສ້າງຟອມລົງທະບຽນນັກຮຽນ ຫຼື ຟອມເຂົ້າສູ່ລະບົບ, ຟອມຕອບຮັບ ຫຼື ຟອມສະມາຊິກໄດ້ຢ່າງວ່ອງໄວ.
ຢ່າຄິດວ່າມັນມີພຽງເທົ່ານີ້. ບໍ່ມີຂີດຈຳກັດສຳລັບປະເພດທຸລະກິດ ແລະ ອົງກອນທີ່ຈະໄດ້ຮັບປະໂຫຍດຈາກການໃຊ້ SureForms.
ທີມ (THEMES) ແລະ ປລັກອິນ (PLUGINS) ຂອງ WORDPRESS ທີ່ SUREFORMS ຮອງຮັບ 🔗
SureForms ເຮັດວຽກຮ່ວມກັບທຸກທີມ, ລວມທັງ:
- Astra
- Spectra One
- Blocksy
- Bricks Builder
- Flatsome
- GeneratePress
- Hestia
- Kadence
- Neve
SureForms ເຂົ້າກັນໄດ້ກັບທຸກປລັກອິນ, ລວມທັງ:
- Spectra
- Easy Digital Downloads
- FluentCRM
- GiveWP
- LearnDash
- LifterLMS
- MemberPress
- PrestoPlayer
- Restrict Content Pro
- SureCart
- SureMembers
- OttoKit
- The Events Calendar
- TutorLMS
- Wishlist Member
- WooCommerce
- CartFlows
- Elementor Pro
- Beaver Builder
- Divi Builder
- ແລະ ອື່ນໆ ອີກຫຼາຍຢ່າງ
ແນວທາງການໃຊ້ງານແບຣນ (BRANDING GUIDELINE)
SureForms® ແມ່ນເຄື່ອງໝາຍການຄ້າທີ່ຈົດທະບຽນ. ກະລຸນາໃຊ້ຮູບແບບຕໍ່ໄປນີ້ເມື່ອມີການກ່າວເຖິງ SureForms ໃນທຸກບ່ອນ:
- SureForms [ຖືກຕ້ອງ]
- Sure Forms [ບໍ່ຖືກຕ້ອງ]
- Sureform [ບໍ່ຖືກຕ້ອງ]
- Sureforms [ບໍ່ຖືກຕ້ອງ]
- Sure forms [ບໍ່ຖືກຕ້ອງ]
- SureForm [ບໍ່ຖືກຕ້ອງ]
- Sure Form [ບໍ່ຖືກຕ້ອງ]
ເຊື່ອມຕໍ່ກັບທີມງານ ແລະ ຊຸມຊົນຂອງພວກເຮົາ
ເຂົ້າຮ່ວມຊຸມຊົນກຸ່ມ Facebook ຂອງພວກເຮົາ:
ຮຽນຮູ້ເຄັດລັບ ແລະ ເຕັກນິກທີ່ຜູ້ໃຊ້ SureForms ຄົນອື່ນໆ ໃຊ້ເພື່ອຂະຫຍາຍທຸລະກິດ. ນອກຈາກນີ້, ຍັງຈະໄດ້ຮັບຂໍ້ມູນພາຍໃນກ່ຽວກັບການເປີດຕົວຄຸນສົມບັດໃໝ່ໆ.
ຕ້ອງການມີສ່ວນຮ່ວມໃນການພັດທະນາປລັກອິນນີ້ບໍ?
ທ່ານສາມາດມີສ່ວນຮ່ວມໃນການພັດທະນາປລັກອິນໄດ້ທີ່ GitHub.
ການໃຊ້ບໍລິການຈາກພາກສ່ວນພາຍນອກ
ເພື່ອປັບປຸງປະສົບການຜູ້ໃຊ້, SureForms ອາດຈະໃຊ້ບໍລິການຈາກພາຍນອກ (3rd party) ດັ່ງຕໍ່ໄປນີ້ ຫາກມີການເປີດໃຊ້ຄຸນສົມບັດທີ່ກ່ຽວຂ້ອງ:
-
ipinfo — ແມ່ນໃຊ້ເພື່ອສະແດງຂໍ້ມູນ IP ຂອງຜູ້ໃຊ້ໃຫ້ຜູ້ດູແລລະບົບເຫັນ ເມື່ອເປີດໃຊ້ການບັນທຶກ IP. ຂໍ້ກຳນົດການບໍລິການ ແລະ ນະໂຍບາຍຄວາມເປັນສ່ວນຕົວ
-
Google Fonts — ຖືກໂຫຼດມາເພື່ອເພີ່ມຟອນຕ໌ໃຫ້ກັບເວັບໄຊຂອງທ່ານ. ຂໍ້ກຳນົດການບໍລິການ ແລະ ນະໂຍບາຍຄວາມເປັນສ່ວນຕົວ ຂອງ Google
-
ipapi — ແມ່ນໃຊ້ເພື່ອມວດສອບພາກພື້ນຂອງຜູ້ໃຊ້ໃນຫ້ອງເບີໂທລະສັບໂດຍອັດຕະໂນມັດ ຂໍ້ກຳນົດການບໍລິການ ແລະ ນະໂຍບາຍຄວາມເປັນສ່ວນຕົວ
-
reCAPTCHA — ແມ່ນໃຊ້ເພື່ອປ້ອງກັນສະແປມ ແລະ ເພື່ອຮັບປະກັນວ່າຂໍ້ມູນທີ່ສົ່ງຜ່ານຟອມແມ່ນມາຈາກຜູ້ໃຊ້ທີ່ເປັນມະນຸດແທ້ໆ.
ບລັອກ (Blocks)
ປລັກອິນນີ້ມີ 16 blocks ໃຫ້ຜູ້ໃຊ້ທຸກຄົນ:
-
ທີ່ຢູ່: ສະແດງຫ້ອງທີ່ຢູ່ຂອງ SureForms
-
ເບີໂທລະສັບ: ສະແດງຫ້ອງເບີໂທລະສັບຂອງ SureForms
-
ອີເມວ: ສະແດງຫ້ອງອີເມວຂອງ SureForms
-
ກ່ອງຂໍ້ຄວາມຍາວ (Textarea): ສະແດງຫ້ອງຂໍ້ຄວາມແບບຫຼາຍແຖວຂອງ SureForms
-
ຕົວເລກ: ສະແດງຫ້ອງຕົວເລກຂອງ SureForms
-
URL: ສະແດງຫ້ອງ URL ຂອງ SureForms
-
ລາຍການເລືອກ (Dropdown): ສະແດງຫ້ອງລາຍການເລືອກຂອງ SureForms
-
ປຸ່ມກຳນົດເອງ: ສະແດງປຸ່ມທີ່ກຳນົດເອງຂອງ SureForms
-
ຂໍ້ຄວາມ: ສະແດງຫ້ອງຂໍ້ຄວາມຂອງ SureForms
-
ຫຼາຍຕົວເລືອກ: ສະແດງຫ້ອງໃຫ້ເລືອກໄດ້ຫຼາຍຕົວເລືອກຂອງ SureForms
-
ກ່ອງເລືອກ (Checkbox): ສະແດງຫ້ອງກ່ອງເລືອກຂອງ SureForms
-
ເສັ້ນຂັ້ນ: ສະແດງຫ້ອງເສັ້ນຂັ້ນຂອງ SureForms
-
ຫົວຂໍ້: ສະແດງຫ້ອງຫົວຂໍ້ຂອງ SureForms
-
ຮູບພາບ: ສະແດງຫ້ອງອັບໂຫຼດຮູບພາບຂອງ SureForms
-
ໄອຄອນ: ສະແດງຫ້ອງໄອຄອນຂອງ SureForms
-
ຂໍ້ຕົກລົງ GDPR: ສະແດງຫ້ອງຂໍ້ຕົກລົງ GDPR ຂອງ SureForms
ພາບໜ້າຈໍ

ແຜງຄວບຄຸມ SureForms 
ເລີ່ມສ້າງຟອມຂອງທ່ານພາຍໃນບໍ່ກີ່ນາທີໂດຍໃຊ້ SureForms. ທ່ານສາມາດສ້າງຟອມຈາກສູນ ຫຼື ເລືອກໃຫ້ AI ສ້າງໃຫ້ທ່ານກໍໄດ້. 
ສ້າງຟອມທັນທີດ້ວຍພຽງແຕ່ຄຳສັ່ງ (prompt). AI ຈະສ້າງຟອມຂອງທ່ານດ້ວຍຄຳແນະນຳຫ້ອງຂໍ້ມູນທີ່ສະຫຼາດ. ຈາກນັ້ນກໍເພີ່ມ, ລຶບ ຫຼື ຈັດລຽງຫ້ອງຂໍ້ມູນໃໝ່ຕາມທີ່ທ່ານຕ້ອງການ. 
ຕົບແຕ່ງຟອມຂອງທ່ານໃຫ້ສວຍງາມດ້ວຍ Instant Form Styling ແລະ ການຕັ້ງຄ່າ Block ແລະ Form ທີ່ຫຼາກຫຼາຍເພື່ອປັບແຕ່ງທຸກລາຍລະອຽດ. 
ສຸດທ້າຍ, ເຜີຍແຜ່ຟອມຂອງທ່ານທັນທີ ຫຼື ນຳຟອມໄປວາງໃນໜ້າໃດກໍໄດ້ຢ່າງງ່າຍດາຍດ້ວຍ block ດັ້ງເດີມຂອງ SureForms.
ບລັອກ
ປລັກອິນນີ້ມີ 10 ບລັອກ.
- Address Displays a SureForms Address Field
- Phone Number Displays a SureForms Phone Field
- Email Displays a SureForms Email Field
- Textarea Displays a SureForms Textarea Field
- Number Displays a SureForms Number Field
- URL Displays a SureForms URL Field
- Dropdown Displays a SureForms Dropdown Field
- Custom Button Displays a SureForms Custom Button
- Payment Displays a SureForms Payment Field
- Text Displays a SureForms Text Field
ຄຳຖາມທີ່ພົບເລື້ອຍ
-
ຂ້ອຍຈຳເປັນຕ້ອງມີທັກສະການຂຽນໂຄ້ດເພື່ອສ້າງຟອມດ້ວຍ SureForms ຫຼືບໍ່?
-
ບໍ່ຕ້ອງຂຽນໂຄ້ດ!
ດ້ວຍເຄື່ອງມືສ້າງຟອມແບບ Visual Block ຂອງ SureForms, ທ່ານສາມາດລາກ ແລະ ວາງ Gutenberg
blocks ເພື່ອສ້າງຟອມທີ່ສວຍງາມ ແລະ ຮອງຮັບທຸກໜ້າຈໍ. ເໝາະສຳລັບເຈົ້າຂອງທຸລະກິດຂະໜາດນ້ອຍ,
ຟຣີແລນ ຫຼື ໃຜກໍຕາມທີ່ຕ້ອງການສ້າງຟອມໂດຍບໍ່ຕ້ອງມີທັກສະທາງເຕັກນິກ. -
ຄວາມຕ້ອງການໃນການໃຊ້ SureForms ມີຫຍັງແດ່?
-
ທ່ານພຽງແຕ່ຕ້ອງການ WordPress ເວີຊັນຫຼ້າສຸດ ແລະ ທີມ. SureForms
ຕິດຕັ້ງຄືກັບປລັກອິນທົ່ວໄປ ແລະ ພ້ອມໃຊ້ງານໄດ້ທັນທີ. -
ຂ້ອຍສາມາດໃຊ້ SureForms ຮ່ວມກັບ Page Builder ໄດ້ຫຼືບໍ່?
-
SureForms ຕ້ອງການພຽງແຕ່ WordPress ເວີຊັນຫຼ້າສຸດ ແລະ ເຮັດວຽກໄດ້
ຢ່າງມີປະສິດທິພາບກັບ Page Builders ຫຼັກທຸກໂຕໂດຍບໍ່ມີການລົບກວນ.ຫາກທ່ານຕ້ອງການຄວາມຊ່ວຍເຫຼືອ, ທ່ານສາມາດ ຕິດຕໍ່
ພວກເຮົາໄດ້. -
SureForms ຈະເຮັດໃຫ້ເວັບໄຊຂອງຂ້ອຍຊ້າລົງຫຼືບໍ່?
-
ບໍ່ແນ່ນອນ! SureForms ມີນ້ຳໜັກເບົາ ແລະ ໄວ, ສ້າງຂຶ້ນດ້ວຍໂຄ້ດທີ່ສະອາດ
ແລະ ໂຄງສ້າງແບບໂມດູນ ເພື່ອຮັບປະກັນວ່າມັນຈະບໍ່ເຮັດໃຫ້ເວັບໄຊຂອງທ່ານຊ້າລົງ. -
ຂ້ອຍສາມາດໃຊ້ SureForms ໃນເວັບໄຊຂອງລູກຄ້າໄດ້ຫຼືບໍ່?
-
ແມ່ນແລ້ວ! ທ່ານສາມາດໃຊ້ SureForms ໃນເວັບໄຊຂອງທ່ານເອງ ລວມທັງ
ເວັບໄຊຂອງລູກຄ້າໄດ້ຢ່າງແນ່ນອນ. -
ຂ້ອຍຈະໄດ້ຮັບຫຍັງເພີ່ມເຕີມຈາກ SureForms?
-
ເມື່ອທ່ານໃຊ້ SureForms, ທ່ານຈະໄດ້ຮັບຄັງແມ່ແບບຟອມທີ່ພ້ອມໃຊ້ງານ
ຈຳນວນຫຼວງຫຼາຍ ເຊິ່ງສາມາດນຳໃຊ້ເພື່ອສ້າງຟອມຂອງທ່ານໄດ້ຢ່າງວ່ອງໄວ. -
SureForms ຮອງຮັບຟອມແບບຫຼາຍຂັ້ນຕອນ ຫຼື ຟອມແບບສົນທະນາຫຼືບໍ່?
-
ແມ່ນແລ້ວ. ທ່ານສາມາດສ້າງຟອມແບບຫຼາຍຂັ້ນຕອນ (Multi-step) ລວມທັງຟອມແບບສົນທະນາ
ເພື່ອປັບປຸງປະສົບການຜູ້ໃຊ້ ແລະ ເພີ່ມອັດຕາການຕອບຮັບ ດ້ວຍແຜນ SureForms Pro. -
SureForms ຮອງຮັບຟອມຊຳລະເງິນຫຼືບໍ່?
-
ແມ່ນແລ້ວ! SureForms ມີລະບົບຮອງຮັບຟອມຊຳລະເງິນໃນຕົວ.
ທ່ານສາມາດຮັບການຊຳລະເງິນໄດ້ຢ່າງປອດໄພຜ່ານ Stripe & PayPal ໂດຍບໍ່ຕ້ອງໃຊ້ສ່ວນເສີມ ຫຼື ປລັກອິນເພີ່ມເຕີມ.
ການຣີວິວ
ຜູ້ຮ່ວມພັດທະນາ ແລະ ຜູ້ພັດທະນາ
“SureForms – ຟອມຕິດຕໍ່, ຟອມຊຳລະເງິນ ແລະ ເຄື່ອງມືສ້າງຟອມກຳນົດເອງອື່ນໆ” ແມ່ນຊອຟແວໂອເພັນຊອດ (Open Source). ບຸກຄົນຕໍ່ໄປນີ້ໄດ້ມີສ່ວນຮ່ວມໃນການພັດທະນາປລັກອິນນີ້.
ຜູ້ຮ່ວມພັດທະນາ“SureForms – ຟອມຕິດຕໍ່, ຟອມຊຳລະເງິນ ແລະ ເຄື່ອງມືສ້າງຟອມກຳນົດເອງອື່ນໆ” ໄດ້ຖືກແປເປັນ 4 ພາສາທ້ອງຖິ່ນ. ຂໍຂອບໃຈ ທີມງານຜູ້ແປ ສຳລັບການປະກອບສ່ວນຂອງເຂົາເຈົ້າ.
ແປ “SureForms – ຟອມຕິດຕໍ່, ຟອມຊຳລະເງິນ ແລະ ເຄື່ອງມືສ້າງຟອມກຳນົດເອງອື່ນໆ” ເປັນພາສາຂອງເຈົ້າ.
ສົນໃຈຮ່ວມພັດທະນາບໍ່?
ເບິ່ງລະຫັດ, ກວດເບິ່ງ ຄັງເກັບ SVN, ຫຼື ຕິດຕາມ ບັນທຶກການພັດທະນາ ຜ່ານ RSS.
ບັນທຶກການປ່ຽນແປງ
2.5.1 – 16th February 2026
- ໃໝ່: ເພີ່ມຕົວເລືອກເພື່ອປ່ຽນຕຳແໜ່ງສະກຸນເງິນ (ຕົວຢ່າງ: $100, 100$, $ 100, 100 $).
- ແກ້ໄຂ: ແກ້ໄຂບັນຫາຈຳນວນເງິນໃນ block ຊຳລະເງິນບໍ່ອັບເດດໃຫ້ຖືກຕ້ອງເມື່ອໃຊ້ conditional logic.
2.5.0 – 2nd February 2026
- ການປັບປຸງ: ເພີ່ມການຮອງຮັບການແປພາສາສຳລັບລາຍຊື່ປະເທດໃນຫ້ອງເບີໂທລະສັບ.
- ແກ້ໄຂ: ແກ້ໄຂຄຳອະທິບາຍ (placeholder) ຂອງ dropdown ແລະ ການແປປ້າຍຊື່ GDPR ໃນສ່ວນໜ້າເວັບ (frontend).
2.4.0 – 20th January 2026
- ໃໝ່: ເພີ່ມການກຳນົດເວລາຂອງຟອມ ພ້ອມດ້ວຍວັນທີ/ເວລາ ເລີ່ມຕົ້ນ ແລະ ສິ້ນສຸດ.
- ໃໝ່: ເພີ່ມປຸ່ມນຳທາງ ກ່ອນໜ້າ/ຖັດໄປ ສຳລັບໜ້າລາຍການຂໍ້ມູນດຽວ.
- ການປັບປຸງ: ປັບປຸງ UI ຂອງການຕັ້ງຄ່າ block multi-choice.
- ການປັບປຸງ: ອັບເດດທຸງຊາດຊີຣີໃນຫ້ອງເບີໂທລະສັບ.
- ແກ້ໄຂ: ແກ້ໄຂເນື້ອຫາໃນ block HTML ເສຍຫາຍເມື່ອເຮັດການສຳເນົາ (duplicate) ຟອມ.
- ແກ້ໄຂ: ແກ້ໄຂຕົວເລືອກ multi-choice ທີ່ຖືກແປໃນສ່ວນລາຍການຂໍ້ມູນ (entries).
- ແກ້ໄຂ: ແກ້ໄຂການກວດສອບ reCAPTCHA v3 ທີ່ເຮັດວຽກຫຼາຍຄັ້ງໃນໜ້າດຽວກັນ.
- ແກ້ໄຂ: ແກ້ໄຂຮູບແບບປຸ່ມ Spectra ທີ່ໄດ້ຮັບຜົນກະທົບຈາກ CSS ຂອງ SureForms.
ສາມາດເບິ່ງບັນທຶກການປ່ຽນແປງທັງໝົດໄດ້ ທີ່ນີ້.
