Skip to content

MBXRobotics/MBXRabbitGo

Repository files navigation

MBX Robotics ສູນການຮຽນຮູ້ການຂຽນໂປຼແກຼມ ແລະ ນະວັດຕະກຳຫຸ່ນຍົນທີ່ມີເປົ້າໝາຍໃນການຖ່າຍທອດຄວາມຮູ້ ແລະ ປະສົບການດ້ານການຂຽນໂປຼແກຼມໃຫ້ແກ່ເດັກນ້ອຍທຸກໄວ ພ້ອມທັງສົ່ງເສີມໃຫ້ນ້ອງໆ ມີໂອກາດສ້າງສັນຫຸ່ນຍົນ ນະວັດຕະກຳ ແລະ ສິ່ງປະດິດຕ່າງໆ ຕາມຄວາມຄິດສ້າງສັນ ແລະ ຈິນຕະນາການຂອງເດັກຍຸກໃໝ່ ເພື່ອໃຫ້ພວກເຂົາຮູ້ທັນເທັກໂນໂລຊີໃນຍຸກປັດຈຸບັນ. ແນວທາງການດຳເນີນທຸລະກິດຂອງ MBX Robotics ແມ່ນມຸ່ງເນັ້ນໃນການສ້າງແບຣນ, ຫລັກສູດຂອງຫຸ່ນຍົນ ມຸ່ງເນັ້ນການສອນໃຫ້ນ້ອງໆ ລົງມືປະຕິບັດ ທົດລອງ ແລະ ແກ້ໄຂບັນຫາດ້ວຍຕົນເອງ ໂດຍຜ່ານການໃຫ້ພວກເຂົາໄດ້ພົບກັບໂຈດຕາ່ງໆເລື່ອຍໆ ແລະ ແກ້ບັນຫາເປັນປະຈຳ ຊຶ່ງຈະຊ່ວຍໃຫ້ນ້ອງໆ ພັດທະນາຕົນເອງ ເກີດຄວາມໝັ້ນໃຈ ບໍ່ຢ້ານກົວ ແລະ ບໍ່ຫຼີກເວັ້ນບັນຫາ. ນອກຈາກນັ້ນ ນ້ອງໆ ຈະສາມາດເຂົ້າໃຈສາເຫດຂອງບັນຫາ ແລະ ຄ່ອຍໆ ຊອກຫາວິທີການແກ້ໄຂ ຖ້າວິທີໜຶ່ງບໍ່ປະສົບຜົນສຳເລັດ ກໍ່ສາມາດປ່ຽນໃຊ້ອີກວິທີໃໝ່ໄດ້. ທັກສະດັ່ງກ່າວສາມາດນຳໄປປະຍຸກໃຊ້ກັບຊີວິດຈິງຂອງພວກເຂົາໄດ້ ເຮັດໃຫ້ຮູ້ສຶກວ່າທຸກບັນຫາຕ່າງມີທາງອອກ ອັນເປັນການສ້າງພື້ນຖານການຄິດ ແລະ ຈິດໃຈໃຫ້ເຂັ້ມແຂງ ມີຄວາມພະຍາຍາມຫຼາຍຂຶ້ນ ເພື່ອໃຫ້ນ້ອງໆ ພ້ອມທີ່ຈະຕໍ່ຍອດໄປໄດ້ໃນທຸກດ້ານ ບໍ່ວ່າຈະເປັນການເຂົ້າສຶກສາຕໍ່ໃນລະດັບມະຫາວິທະຍາໄລ ການເຮັດວຽກໃນອະນາຄົດ ຫຼື ກິດຈະກຳອື່ນໃດໃນຊີວິດຂອງພວກເຂົາ. ຫຼັກການສຳຄັນຂອງ MBX Robotics ແມ່ນ "ຮຽນຮູ້ຢ່າງມ່ວນຊື່ນ ເຂົ້າໃຈງ່າຍ ໄດ້ຮັບປະສົບການຕົວຈິງ ໂດຍເນັ້ນການລົງມືປະຕິບັດ ທົດລອງ ແລະ ແກ້ໄຂບັນຫາດ້ວຍຕົນເອງ".

Add thes two url for esp32 and esp32_gamepad, go to ->File->Preferences->Add->click OK. https://raw.githubusercontent.com/espressif/arduino-esp32/gh-pages/package_esp32_index.json https://raw.githubusercontent.com/ricardoquesada/esp32-arduino-lib-builder/master/bluepad32_files/package_esp32_bluepad32_index.json

About

Educational robot kit

Resources

License

Stars

Watchers

Forks

Packages

 
 
 

Contributors

Languages